ພະນັກງານຂັບລົດ, ຂັ້ນ GS2 (ສັນຍາໄລຍະຍາວ), (Driver, GS2 (Fix-term), UNICEF Vientiane

This opening expired 6 months ago. Do not try to apply for this job.

UNICEF - United Nations Children's Fund

Open positions at UNICEF
Logo of UNICEF

Application deadline 6 months ago: Sunday 31 Dec 2023 at 16:55 UTC

Open application form

Contract

This is a G-2 contract. This kind of contract is known as General Service and related categories. It is normally only for nationals. It usually requires 2 years of experience, depending on education.

Salary

The salary for this job should be more than 519 USD.

Salary for a G-2 contract in Vientiane

The salary of a G-2 depends on the duty station. The minimum salary there is 519 USD Please note that depending on the location, a higher post adjustment might still result in a lower purchasing power.

Please keep in mind that the salary displayed here is an estimation by UN Talent based on the location and the type of contract. It may vary depending on the organization. The recruiter should be able to inform you about the exact salary range. In case the job description contains another salary information, please refer to this one.

More about G-2 contracts.

ອົງການຢູນີເຊັບ ເຮັດວຽກໃນສະຖານທີ່ ທີ່ມີຄວາມຍາກລຳບາກ, ແຕ່ສ້າງແຮງບັນດານໃຈໄດ້ດີທີ່ສຸດໃນໂລກ, ເພື່ອເຂົ້າເຖິງເດັກທີ່ດ້ອຍໂອກາດທີ່ສຸດໃນໂລກ.

ຢູນີເຊັບ ມີການດຳເນີນການໃນ 190 ປະເທດ ແລະ ເຂດແຄວ້ນ ເພື່ອປົກປ້ອງສິດທິຂອງເດັກທຸກຄົນ, ທຸກແຫ່ງ, ທຸກມື້, ເພື່ອສ້າງໂລກທີ່ດີກວ່າສຳລັບທຸກຄົນ. ເປັນເວລາມາ 70 ປີ ແລ້ວ ທີ່ອົງການໄດ້ອຸທິດຕົນໃຫ້ແກ່ວຽກງານປັບປຸງຊີ ວິດການເປັນຢູ່ຂອງເດັກນ້ອຍ ແລະ ຄອບຄົວຂອງພວກເຂົາ. ຢູນີເຊັບເຮັດວຽກໃນທົ່ວໂລກ ເພື່ອປົກປ້ອງສິດທິຂອງເດັກຕະຫຼອດຊີວິດຂອງພວກເຂົາ, ໂດຍມີຈຸດມຸ້ງໝາຍທີ່ຈະສ້າງຜົນໄດ້ຮັບ ແລະ ເຂົ້າໃຈຜົນກະທົບທີ່ຕາມມາ. ອົງ ການຢູນີເຊັບ ເຊື່ອວ່າເດັກນ້ອຍທຸກຄົນມີສິດທີ່ຈະຢູ່ລອດ, ຈະເລີນເຕີບໂຕ ແລະ ບັນລຸຄວາມສາມາດຂອງຕົນຢ່າງເຕັມທີ່ - ເພື່ອໂລກທີ່ດີກວ່າ.

ແລະ ພວກເຮົາບໍ່ເຄີຍທໍ້ຖອຍ****!

ຄຼິກລິ້ງນີ້ ເພື່ອຮັບຂໍ້ມູນເພີ່ມເຕີມກ່ຽວກັບອົງການຢູນີເຊັບ (UNICEF).

ຢູນີເຊັບ ເປັນອົງການທີ່ຍອມຮັບຄວາມຫຼາກຫຼາຍ ແລະ ຄວາມແຕກຕ່າງຂອງພະນັກງານຂອງຕົນ, ແລະ ສະໜັບສະ ໜູນຜູ້ສະໝັກງານທຸກຄົນ, ໂດຍບໍ່ຈຳກັດເພດ, ສັນຊາດ, ສາສະໜາ ແລະ ຊົນເຜົ່າ, ລວມເຖິງບຸກຄົນທີ່ມີຄວາມພິ ການ. ນະໂຍບາຍໃນສະຖານທີ່ເຮັດວຽກຂອງພວກເຮົາ ສົ່ງເສີມການເຮັດວຽກທີ່ມີຄວາມຢືດຢຸ່ນ ເພື່ອສະໜັບສະໜູນພະນັກງານທຸກຄົນ ໃຫ້ຮັກສາຄວາມສົມດຸນໃນຊີວິດ, ບໍ່ວ່າຈະຢູ່ໃນ ຫຼື ນອກຫ້ອງການ.

ໃຫ້ການສະໜັບສະໜູນແກ່ເດັກນ້ອຍທຸກຄົນ

ຈຸດປະສົງຂອງວຽກງານ****:

ອົງການຢູນີເຊັບວຽງຈັນ, ສປປ ລາວ, ຕ້ອງການຮັບສະໝັກພະນັກງານສັນຊາດລາວ ທີ່ມີຄຸນສົມບັດ ແລະ ປະສົບການທີ່ເໝາະສົມ ເພື່ອປະຕິບັດໜ້າທີ່ໃນຕຳແໜ່ງພະນັກງານຂັບລົດ (ຕາມໄລຍະເວລາທີ່ກຳນົດໄວ້), ໃນລະດັບ GS2 ປະ ຈຳຢູ່ສຳນັກງານຂອງຢູນິເຊັບ ຢູ່ນະຄອນຫຼວງວຽງຈັນ, ສປປ ລາວ.

ຜ່ານການຄົ້ນຄວ້າ, ວິເຄາະ ແລະ ຕີຄວາມໝາຍຂອງນະໂຍບາຍ, ເຊິ່ງມີການດຳເນີນພາຍໃຕ້ການຄຸ້ມຄອງຢ່າງໃກ້ຊິດ, ທ່ານຈະມາເພີ່ມທະວີຄວາມອາດສາມາດໂດຍລວມຂອງທີມງານ ໂດຍການສະໜອງບໍລິການ ແລະ ປະຕິບັດວຽກງານທັງໝົດ ທີ່ຕິດພັນກັບບຸກຄະລາກອນຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ວຽກງານຕົ້ນຕໍຂອງທ່ານ ຕິດພັນກັບການວິເຄາະແຕ່ລະໜ້າວຽກ ແລະ ຂະບວນການຢ່າງລະອຽດ ແລະ ຖືກຕ້ອງ.

ໜ້າທີ່, ຄວາມຮັບຜິດຊອບຫຼັກ ແລະ ໜ້າທີ່****/****ໜ້າວຽກອື່ນໆ ທີ່ກ່ຽວຂ້ອງ ລວມມີ****:

  1. ການບໍລິການຂັບລົດທີ່ປອດໄພ ແລະ ເຊື່ອຖືໄດ້ ສຳລັບພະນັກງານ ແລະ ເຈົ້າໜ້າທີ່
  2. ການບຳລຸງຮັກສາພາຫະນະທີ່ໄດ້ຮັບມອບໝາຍ
  3. ການກະກຽມເອກະສານຂໍ້ມູນທີ່ກ່ຽວຂ້ອງກັບພາຫະນະ
  • ການບໍລິການຂັບລົດທີ່ປອດໄພ ແລະ ເຊື່ອຖືໄດ້ ໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່

ຂັບພາຫະນະຂອງຫ້ອງການ ເພື່ອຮັບສົ່ງພະນັກງານຂອງອົງການສະຫະປະຊາຊາດ, ເຈົ້າໜ້າທີ່, ແຂກຜູ້ມາຢ້ຽມຢາມຫ້ອງການ ແລະ ຮັບສົ່ງຈົດໝາຍ, ເອກະສານ ແລະ ສິ່ງຂອງອື່ນໆ.

ໄປພົບເຈົ້າໜ້າທີ່ ແລະ ແຂກ ຢູ່ສະໜາມບິນ ແລະ ອາດຈະມີການຊ່ວຍເຫຼືອຂັ້ນພື້ນຖານດ້ານການແລ່ນວີຊ່າ ແລະ ຈັດການເລື່ອງພາສີ ແລະ ການກະກຽມຕ່າງໆ ຖ້າຈຳເປັນ.

  • ການບຳລຸງຮັກສາພາຫະນະທີ່ມອບໝາຍ

ຮັກສາພາຫະນະໃຫ້ຢູ່ໃນສະພາບການໃຊ້ງານທີ່ດີຕະຫຼອດເວລາ ໂດຍການແຈ້ງເມື່ອຕ້ອງມີການສ້ອມແປງເລັກໜ້ອຍ, ການກະກຽມຕ່າງໆ ສຳລັບການສ້ອມແປງສຳຄັນ, ການປ່ຽນນ້ຳມັນເຄື່ອງເປັນປະຈຳ, ການກວດເບິ່ງຢາງລົດ, ເບຣກ, ລະດັບນ້ຳ, ແລະ ການລ້າງລົດ.​

  • ການກະກຽມຂໍ້ມູນກ່ຽວກັບພາຫະນະ****.

ຮັບປະກັນຄວາມພ້ອມຂອງເອກະສານ/ເຄື່ອງໃຊ້ທັງໝົດທີ່ຈຳເປັນ ລວມເຖິງປະກັນໄພຂອງພາຫະນະ, ທະບຽນພາ ຫະນະ, ປຶ້ມບັນທຶກຂໍ້ມູນກ່ຽວກັບພາຫະນະ, ປຶ້ມບັນທຶກເບີຕິດຕໍ່ຂອງຫ້ອງການ, ແຜນທີ່ເມືອງ/ປະເທດ, ຊຸດອຸປະ ກອນປະຖົມພະຍາບານ, ແລະ ອາໄຫຼ່ທີ່ຈຳເປັນ ສຳລັບພາຫະນະທີ່ໄດ້ຮັບມອບໝາຍ; ຕິດຕາມເອກະສານປະກັນໄພ ແລະ ການຊຳລະອາກອນຕ່າງໆ

ເພື່ອໃຫ້ມີຄຸນສົມບັດຂອງຜູ້ຊະນະ ແລະ ຂົນຂວາຍການສະໜັບສະໜູນເດັກທຸກຄົນ, ທ່ານຈະຕ້ອງມີ

ຄຸນສົມບັດ ແລະ ປະສົບການ:

ການສຶກສາ****: ຕ້ອງຈົບການສຶກສາໃນລະດັບມັດຖະຍົມ, ມີໃບຂັບຂີ່ທີ່ຖືກຕ້ອງ ແລະ ມີຄວາມຮູ້ກ່ຽວກັບກົດຈາລະຈອນ ແລະ ກົດລະບຽບໃນການຂັບຂີ່ພາຫະນະ.

ປະສົບການເຮັດວຽກ****: ຕ້ອງມີປະສົບການເຮັດວຽກໃນຕຳແໜ່ງພະນັກງານຂັບລົດຢ່າງໜ້ອຍສອງປີ ໃນອົງການຈັດຕັ້ງຕ່າງປະເທດ, ສະຖານທູດ ຫຼື ລະບົບການເຮັດວຽກຂອງສະຫະປະຊາຊາດ ພ້ອມມີບົດບັນທຶກການຂັບຂີ່ແບບປອດໄພ.

ພາສາ****: ມີຄວາມຄ່ອງແຄ້ວໃນພາສາອັງກິດ. ຄວາມຮູ້ກ່ຽວກັບພາສາທາງການອື່ນໆ ຂອງສະຫະປະຊາຊາດ (ພາສາອາ ຫຣັບ, ຈີນ, ​ຝຣັ່ງ, ຣັດເຊຍ ຫຼື ແອັສປາຍ) ຫຼື ພາສາທ້ອງຖິ່ນ ຖືເປັນຄຸນສົມບັດທີ່ມີຄ່າ.

ຄວາມສາມາດທີ່ອົງການຢູນີເຊັບຕ້ອງການ ສຳລັບຕຳແໜ່ງນີ້ແມ່ນ …

i) ຄ່ານິຍົມຫຼັກ

  • ການເອົາໃຈໃສ່ເບິ່ງແຍງ
  • ການເຄົາລົບ
  • ຄວາມຊື່ສັດ
  • ຄວາມໄວ້ວາງໃຈ
  • ຄວາມຮັບຜິດຊອບ
  • ຄວາມຍືນຍົງ

ii) ຄວາມສາມາດຫຼັກ (****ສຳລັບພະນັກງານທີ່ມີໜ້າທີ່ຮັບຜິດຊອບໃນລະດັບບໍລິຫານຄຸ້ມຄອງ****) *

  • ອົບຮົມ, ນຳພາ ແລະ ບໍລິຫານຄົນ (1)
  • ສະແດງໃຫ້ເຫັນ ວ່າມີການຮັບຮູ້ກ່ຽວກັບສິ່ງທີ່ເກີດຂຶ້ນກັບຕົນເອງ ແລະ ມີຈັນຍາບັນໃນການເຮັດວຽກ (2)
  • ເຮັດວຽກຮ່ວມກັບຄົນອື່ນ (2)
  • ສ້າງ ແລະ ຮັກສາສາຍສຳພັນການຮ່ວມມື (2)
  • ສ້າງສັນນະວັດຕະກຳ ແລະ ຍອມຮັບການປ່ຽນແປງ (2)
  • ຄິດ ແລະ ດຳເນີນການແບບມີຍຸດທະສາດ (2)
  • ຂັບເຄື່ອນເພື່ອໃຫ້ບັນລຸຜົນສຳເລັດ (2)
  • ຈັດການກັບສິ່ງທີ່ບໍ່ໂປ່ງໃສ ແລະ ສະຫຼັັບຊັບຊ້ອນ (2)

ທ່ານສາມາດເຂົົ້າເບິ່ງກອບວຽກຄວາມອາດສາມາດຂອງພວກເຮົາໄດ້ທີ່:

http://www.unicef.org/about/employ/files/UNICEF_Competencies.pdf

ທ່ານສາມາດສະໝັກຜ່ານລີ້ງລຸ່ມນີ້:

ປິດຮັບສະໝັກ****: 31/12/2023

ຜູ້ສະໝັກເພດຍິງ ຈະໄດ້ຮັບບູລິມະສິດເປັນພິເສດສໍາລັບຕໍາແໜ່ງນີ້.

ອົງການຢູນີເຊັບ ຍອມຮັບຄວາມຫຼາກຫຼາຍ ແລະ ຄວາມແຕກຕ່າງຂອງພະນັກງານຂອງຕົນ, ແລະ ຊຸກຍູ້ຜູ້ສະໝັກທຸກຄົນ, ບໍ່ວ່າຈະເປັນເພດ, ສັນຊາດ, ສາສະໜາ ແລະ ຊົນເຜົ່າໃດ, ລວມເຖິງບຸກຄົນທີ່ມີຄວາມພິການ ແລະ ຜູ້ສະໝັກເພດຍິງ ມາເປັນສ່ວນໜຶ່ງຂອງອົງກອນ.

ອົງການຢູນີເຊັບ ມີນະໂຍບາຍ ບໍ່ຍອມຮັບການກະທຳທີ່ບໍ່ສອດຄ່ອງກັບເປົ້າໝາຍ ແລະ ຈຸດປະສົງຂອງອົງການສະຫະປະຊາຊາດ ແລະ ອົງການຢູນີເຊັບ, ລວມເຖິງການຂູດຮີດ ແລະ ການທາລຸນທາງເພດ, ການຄຸກຄາມທາງເພດ, ການໃຊ້ອຳນາດໃນທາງທີ່ຜິດ ແລະ ການຈຳແນກ. ນອກຈາກນີ້, ອົງກອານຢູນີເຊັບ ຍັງຍຶດໝັ້ນໃນຫຼັກການປົກປ້ອງເດັກ ຢ່າງເຂັ້ມງວດ. ດັ່ງນັ້ນ, ຜູ້ສະໝັກທີ່ໄດ້ຮັບການຄັດເລືອກທັງໝົດ, ຈະໄດ້ຜ່ານການກວດສອບຂໍ້ມູນອ້າງອີງ ແລະ ປະ ຫວັດກ່ອນ, ແລະ ຄາດວ່າຜູ້ສະໝັກຈະປະຕິບັດຕາມມາດຕະຖານ ແລະ ຫຼັກການເຫຼົ່ານີ້.

ໝາຍເຫດ****:

ມີພຽງຜູ້ສະໝັກທີ່ມີຊື່ໃນລາຍຊື່ຜູ້ຖືກຄັດເລືອກເທົ່ານັ້ນ ທີ່ຈະໄດ້ຮັບການຕິດຕໍ່ກັບ ແລະ ຜ່ານເຂົ້າສູ່ຂັ້ນຕອນຕໍ່ໄປຂອງຂະບວນການຄັດເລືອກ.

Added 9 months ago - Updated 6 months ago - Source: unicef.org